ຄຳສຸພາສິດ Proverb
- ສາມັກຄີກັນໄວ້ ຄືເຂົ້າໜຽວໜຶ້ງໃໝ່ ຢ່າໄດ້ເພແຕກມ້າງ ຄືນຳຖືກເຂົ້າໜຽວ.
- ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ (Where is the will there is the way)
- ນ້ຳໄຫລບໍ່ຖ້າປາ ເວລາບໍ່ຖ້າຄົນ (Time and Tide wait no one)
- ຄົນດີ...
ມັກຈະສົນໃຈໃນຄວາມດີຂອງຄົນອຶ່ນ...
ຄົນບໍໍ່ດີ...
ມັກສົນໃຈໃນຄວາມບໍໍ່ດີຂອງຄົນອຶ່ນ...
ພໍເຂົາຊົ່ວ..ກໍຕິຕຽນ..
ພໍເຂົາດີ..ກໍອິດສາ..
ພໍເຂົາຕົກຕ່ຳ..ກໍຕອກຢ້ຳ..ຄົນເຊັ່ນນີ້...ຫາຄວາມສຸກໄດ້ຍາກ...
- --{ ຄົນອື່ນ ອາດຈະບອກເຮົາວ່າ ''ໄຮ້ຄ່າ''
ແຕ່ແມ່ຈະບອກກັບເຮົາສະເໝີວ່າ....
ເຮົານີ້ລະ "ມີຄ່າທີ່ສຸດໃນຊີວິດແມ່"
- ທຸກໆ1ນາທີ ແຫ່ງຄວາມຄຽດແຄ້ນ ຈະສູນເສຍ 60 ວິນາທີ ແຫ່ງຄວາມສຸຂ.
- ຄົນອິດສາຄົນ ຄົນນັ້ນບໍ່ແມ່ນຄົນ
ຄົນດູຖູກຄົນ ຄົນນັ້ນບໍ່ແມ່ນຄົນ
ຄົນເອົາປຽບຄົນ ຄົນນັ້ນບໍ່ແມ່ນຄົນ
- ຈົ່ງເວົ້າໃນສິ່ງທີ່ເຫັນ ຢ່າເວົ້າໃນສິ່ງທີ່ຕົນຄິດວ່າຖືກ.
- ບາງຄັ້ງເຮົາເອງຄິດວ່າ ເຮົາເຮັດໃນສິ່ງທີ່ດີ ແລະ ຖືກຕ້ອງ
ແຕ່ກໍຍັງບໍ່ຖືກໃຈ ຂອງໝົດທຸກຄົນ ເຖິງຢ່າງໃດກໍ່ຕາມ
ຖ້າເຮົາເຫັນວ່າເຮົາທຳດີ ແລະ ຖືກຕ້ອງແລ້ວ ຂໍໃຫ້ພູມໃຈເຖືດ.
- ຈົ່ງລະວັງ ຄຳເວົ້າທີ່ຫວານ
''ປຽບສະເໝືອນນ້ຳຕານ ເຄືອບຢ່າພິດ''
- ຕົວເຮົາເອງ ຮູ້ເລື່ອງໄລຍະເວລາທີ່ຜ່ານມາ ວ່າຜ່ານມາຈັກປີ.
ແຕ່ໄລຍະເວລາ ທີ່ຍັງເຫລືອຂອງເຮົານັ້ນ ເຮົາບໍຮູ້ ວ່າຍັງອີກຈັກປີ.
- ໃຫຍ່ປານໃດ ລວຍປານໃດ ໃຫຍ່ເຫຼືອລົ້ນ ກໍໜີບໍ່ພົ້ນຄວາມຕາຍ.
- ຊາດທີ່ເປັນຄົນນີ້ ຢ່າເອົາປຽບກັນຫລາຍ ບັດຄວາມຕາຍມາເຖິງ ບໍ່ທໍ່ກັນພໍດິ້ ແສນຊິມີເງິນລ້ານ ເຕັມຖົງກໍຕາມຊ່າງ ກຳມະຈຸລາດມາຮອດແລ້ວ ຊຳໄວ້ກໍແມ່ນຕາຍ.
No comments:
Post a Comment